🛒 Your Cart 0
ສວນບັນດາເຜົ່າ ຈັດພິທີ ມອບເຄື່ອງນຸ່ງ ແລະ ອຸປະກອນການຮຽນໃຫ້ແກ່ນ້ອງນັກຮຽນຊົນເຜົ່າ.
📷 23 photos

ສວນບັນດາເຜົ່າ ຈັດພິທີ ມອບເຄື່ອງນຸ່ງ ແລະ ອຸປະກອນການຮຽນໃຫ້ແກ່ນ້ອງນັກຮຽນຊົນເຜົ່າ.

ວັນທີ 22 ສິງຫາ 2026 ຢູ່ທີ່ສວນບັນດາເຜົ່າ ບ້ານດານຊີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໄດ້ຈັດພິທີມອບເຄື່ອງນຸ່ງ ແລະ ອຸປະກອນການຮຽນ ໃຫ້ແກ່ນັກຮຽນຊົນເຜົ່າ ເພື່ອເປັນການຕ້ອນຮັບ ແລະ ກະກຽມຄວາມພ້ອມເຂົ້າສູ່ສົກຮຽນໃໝ່ 2026-2027 ເຊິ່ງພິທີອັນມີຄວາມໝາຍຄວາມສໍາຄັນດັ່ງກ່າວ ເຂົ້າຮ່ວມ ແລະ ມອບເຄື່ອງໂດຍມີ ທ່ານ ສຸລິວັນ ພົມມະຫາໄຊ ເລຂາຄະນະບໍລິຫານພັກເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ທ່ານ ພູວົງ ພະມີສິດ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈຳການ, ປະທານມູນນິທິຮ່ວມໃຈພັດທະນາລາວ, ປະທານກຸ່ມ
ບໍລິສັດ ຄຳພູວົງ ແລະ ສວນບັນດາເຜົ່າ ພ້ອມດ້ວຍຄະນະທີປຶກສາ ສວນບັນດາເຜົ່າ, ຫ້ອງການສຶກສາ ແລະ ກີລາເມືອງ, ນາຍບ້ານ, ຕາງໜ້າຄູ-ອາຈານ, ພໍ່ແມ່ນັກຮຽນ ພ້ອມດ້ວຍນ້ອງໆນັກຮຽນຊົນເຜົ່າທີ່ໄດ້ຮັບການຊ່ວຍເຫຼືອ ເຂົ້າຮ່ວມ. ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ປຶ້ມຂຽນ, ເສື້ອຜ້າ, ແລະ ອຸປະກອນການພັດທະນາການຮຽນ-ການສອນ ຈຳນວນໜຶ່ງ.
ການມອບເຄື່ອງຄັ້ງນີ້ ບໍ່ພຽງແຕ່ເປັນການຊ່ວຍແບ່ງເບົາພາລະດ້ານວັດຖຸສິ່ງຂອງໃຫ້ແກ່ ພໍ່ແມ່ປະຊາຊົນ ແລະ ຜູ້ປົກຄອງນັກຮຽນຊົນເຜົ່າເທົ່ານັ້ນ, ແຕ່ຍັງເປັນການສ້າງຂວັນ ແລະ ກໍາລັງໃຈອັນໃຫຍ່ຫຼວງໃຫ້ນ້ອງໆນັກຮຽນ ໄດ້ມີຄວາມຕັ້ງໃຈສຶກສາຮໍ່າຮຽນ, ຍົກລະດັບຄວາມຮູ້ຄວາມສາມາດຂອງຕົນເອງ ແລະ ເປັນກຳລັງໃຈອັນແຮງກ້າ ໃນການການເຕີບໃຫຍ່ເປັນອະນາຄົດຂອງຊາດໃນຂັ້ນຕໍ່ໄປ.
0 likes · 0 comments

💬 Comments